ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ສໍາເລັດການດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ II

     ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ຄັ້ງທີ II ໃນວັນທີ 28 ກຸມພາ 2024
ນີ້, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນ
ຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຕີ ປະສິດ ທ່ຽງທໍາ ກຳມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ເລ
ຂາຄະນະພັກ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍໃນຄະນະພັກກົມໃຫຍ່ເຕັກນິກກອງທັບ, ຄະນະພັກກະຊວງປ້ອງກັນ
ປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ, ວິທະຍາຄານ, ກົມ, ກອງ, ໂຮງຮຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

     ສະຫາຍ ພົນຕີ ປະສິດ ທ່ຽງທໍາ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໃນໄລຍະ 5 ປີຜ່ານມາ, ຄະນະພັກ ກົມໃຫຍ່ເຕັກນິກ
ກອງທັບ ໄດ້ເອົາໃຈໃສ່ ສູ້ຊົນຈັດຕັ້ງປະຕິບັດ ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ,
ໂດຍຖືເອົາການປະຕິບັດໜ້າທີ່ວິຊາສະເພາະເປັນບັນຫາສໍາຄັນ ໃນນີ້, ໄດ້ເອົາໃຈໃສ່ໃນການກວດກາ, ຕິດຕາມ, ຊຸກຍູ້ວຽກງານເຕັກນິກຂອງ
ບັນດາກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ສາມາດຮັບປະກັນການປະກອບ ພາຫະນະ, ອາວຸດ ແລະ ລູກກະສຸນໃຫ້ແກ່ກອງທັບ ໄດ້
ຕາມຄາດໝາຍ, ດ້ານວຽກງານຮັບປະກັນເຕັກນິກ ໄດ້ຈັດຕັ້ງກວດກາຕີລາຄາ ດ້ານປະລິມານ-ຄຸນນະພາບ ຄົບຊຸດຂອງພາຫະນະ-ອາວຸດຍຸດ
ໂທປະກອນເຕັກນິກທົ່ວກອງທັບສຳເລັດ, ເຮັດໜ້າທີ່ຮັບປະກັນເຕັກນິກ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບຄົບຮອບ 75 ປີ,
ຮັບປະກັນໃຫ້ບັນດາບັ້ນຫັດແອບຊ້ອມຮົບ, ຕ້ານໄພພິບັດ, ໂຄງການເກັບກູ້ລະເບີດ ແລະ ໂຄງການອື່ນໆ ທີ່ກະຊວງປ້ອງກັນປະເທດ ຈັດຂຶ້ນ
ຢ່າງມີປະສິດທິຜົນສູງ, ມີຄວາມປອດໄພ 100%, ດ້ານວຽກງານຄົ້ນຄວ້າວິທະຍາສາດເຕັກໂນໂລຊີ ແລະ ດັດແປງພາຫະນະ-ອາວຸດຍຸດໂທປະ
ກອນເຕັກນິກ ໄດ້ສຳເລັດການຄົ້ນຄວ້າຜະລິດຈ້ອງ ແລະ ດັດແປງເຕັກນິກ ຂອງ ໂດຣນ 10 ລໍາ ເພື່ອປ່ອຍຈ້ອງເປັນເປົ້າຍິງໃຫ້ປືນປ້ອງກັນອາ
ກາດ ແລະ ເປົ້າໝາຍອື່ນໆ. ພ້ອມດຽວກັນນີ້, ຄະນະພັກ ຍັງໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ແລະ ປັບປຸງການຈັດຕັ້ງພາຍໃນພັກ ຕາມເນື້ອໃນ 5
ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ ເພື່ອນໍາພາ-ຊີ້ນຳ ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດຕາມແຜນການ, ເພີ່ມທະ
ວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກົມໃຫຍ່ເຕັກນິກກອງທັບ ເພື່ອຍົກສູງຄຸນທາດການເມືອງ, ຄວາມຮູ້ຄວາມສາ
ມາດ ຄະນະພັກ ຕະຫຼອດຮອດສະມາຊິກພັກແຕ່ລະສະຫາຍໃຫ້ສູງຂຶ້ນ. ປັດຈຸບັນ, ທົ່ວຄະນະພັກ ກົມໃຫຍ່ເຕັກນິກກອງທັບ ມີ 15 ຄະນະ
ພັກຮາກຖານ, 62 ໜ່ວຍພັກຂຶ້ນກັບ, 18 ໜ່ວຍພັກຮາກຖານ, ໄດ້ຈັດຕັ້ງເຝິກອົບຮົມ ກວດສອບ ເລຂາ-ຮອງເລຂາຮາກຖານພັກ ທົ່ວຄະນະ
ພັກກົມໃຫຍ່ເຕັກນິກກອງທັບ, ຈັດຕັ້ງກອງປະຊຸມວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ທົ່ວກົມໃຫຍ່ເຕັກນິກ ຄັ້ງທີ I, ສຳເລັດກອງປະຊຸມ
ທາບທາມການສ້າງແຜນກຳນົດພະນັກງານຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ ສົ່ງໃຫ້ຂັ້ນເທິງອະນຸມັດຮັບຮອງ ແລະ ໄດ້ດໍາເນີນກອງປະຊຸມ
ໃຫຍ່ ຂັ້ນຮາກຖານພັກ-ໜ່ວຍພັກສຳເລັດ. ໃນກອງປະຊຸມ ຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຊຸດ
ໃໝ່ ຈໍານວນ 15 ສະຫາຍ ຄື: ພົນຕີ ປະສິດ ທ່ຽງທຳ ເປັນເລຂາຄະນະພັກ, ພົນຈັດຕະວາ ທອງພັນ ສຸທຳມະວົງ ເປັນຮອງເລຂາ, ພົນຈັດຕະ
ວາ ສາຍສະໝອນ ໄຊພູບານ ເປັນປະທານກວດກາ, ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ເປັນຄະນະປະຈຳພັກ, ພົນຈັດຕະວາ ຈອມ
ເພັດ ໄຊຍະສຸກ ເປັນຄະນະປະຈຳພັກ, ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກ, ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ
ກຳມະການຄະນະພັກ, ພັນເອກ ຄຳສິງ ລືເດດສົມບັດ ກຳມະການຄະນະພັກ, ພັນເອກ ລຽນວີໄລ ພັນທອງຄຳ ກຳມະການຄະນະພັກ, ພັນ
ເອກ ວົງໃສ ສຸວໍລະວົງ ກຳມະການຄະນະພັກ, ພັນເອກ ສຸດໃຈ ສໍວິໄຊ ກຳມະການຄະນະພັກ, ພັນເອກ ຈັນສະໝອນ ລັດສະໄໝ ກຳມະການ
ຄະນະພັກ, ພັນເອກ ອານຸສອນ ຈະເລີນພົນມີໄຊ ກຳມະການຄະນະພັກ, ພົນຈັດຕະວາ ອຳພາວັນ ມະນີວົງ ກຳມະການຄະນະພັກ, ພັນເອກ
ວິໄລຄຳ ຫຼວງຊົມພູ ກຳມະການຄະນະພັກ, ໃນກອງປະຊຸມແມ່ນເລືອກເອົາ ສະຫາຍ ພົນຕີ ປະສິດ ທ່ຽງທໍາ ເປັນເລຂາຄະນະພັກ, ສະຫາຍ
ພົນຈັດຕະວາ ທອງພັນ ສຸທໍາມະວົງ ເປັນຮອງເລຂາຄະນະພັກ, ພົນຈັດຕະວາ ສາຍສະໝອນ ໄຊພູບານ ປະທານກວດກາ ຄະນະປະຈຳພັກ,
ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ ຄະນະປະຈຳພັກ, ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກ ແລະ ເລືອກເອົາ ສະຫາຍ
ພົນຈັດຕະວາ ສາຍສະໝອນ ໄຊພູບານ ເປັນປະທານກວດກາພັກ, ສະຫາຍ ພັນເອກ ວຽງທອງ ພັດທະສິດ ເປັນຮອງປະທານກວດກາພັກ
ແລະ ສະຫາຍ ພັນໂທ ພອນສີ ທອງສິງຄໍາ ເປັນຮອງປະທານກວດກາພັກ. ພ້ອມດຽວກັນນີ້, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ
ສໍາຮອງເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນເທິງໄດ້ຕາມລະດັບຄາດໝາຍ.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີຄວາມສາມັກຄີເປັນເອກະ
ພາບພາຍໃນ ຕິດພັນກັບ ການເຊີດຊູນໍ້າໃຈຮັກຊາດ, ສະຕິເປັນເຈົ້າຕົນເອງ, ຍົກສູງບົດບາດການນໍາພາຂອງພັກ ເຂົ້າໃນທຸກຂົງເຂດວຽກງານ,
ສິ່ງສໍາຄັນແມ່ນປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກໃຫ້ມີການຫັນປ່ຽນໃໝ່ ຕາມຫຼັກການຂອງພັກຢ່າງເຂັ້ມງວດ, ປະຕິບັດລະບອບ
ດໍາເນີນຊີວິດການເມືອງພາຍໃນໃຫ້ເປັນປົກກະຕິ, ເອົາໃຈໃສ່ວຽກງານກວດກາ, ວຽກງານປ້ອງກັນພັກ-ພະນັກງານ ໃຫ້ເຂັ້ມງວດ ແລະ ເຮັດ
ເປັນປະຈໍາ, ຖືເອົາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ເປັນປັດໄຈຕັດສິນ ຕິດພັນກັບການເຊີດຊູຄວາມເປັນແບບຢ່າງຂອງຄະ
ນະພັກ, ສະມາຊິກພັກຈຶ່ງຈະເຂັ້ມແຂງໜັກແໜ້ນ, ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກ
ຮົບ ເຊື່ອມຊຶມກໍາແໜ້ນແນວທາງປ່ຽນແປງໃໝ່ຂອງພັກ, ໜ້າທີ່ການເມືອງຂອງກອງທັບ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຈົ່ງຮັກພັກ
ດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ພ້ອມກັນຕັ້ງໜ້າເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງກອງທັບ ຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ອາຫວຸ້ນ
ວັນທີ 29/02/2024